ກຸ່ມບໍລິສັດອຸດສາຫະກຳກໍ່ສ້າງ ຢູນນານ ຈຳກັດ ສະໜອງການບໍ ລິການຮັບເໝົາໂຄງການກໍ່ສ້າງຕໍ່ພາຍນອກ
ແຫຼ່ງທີ່ມາ: ວັນທີ:
ກຸ່ມບໍລິສັດອຸສາຫະກຳກໍ່ສ້າງ ຢູນນານ ຈຳກັດມີໃບອະນຸຍາດຊັ້ນ ໜຶ່ງກ່ຽວກັບການຮັບເໝົາໂຄງການກໍ່ສ້າງແລະໃບອະນຸຍາດປະເພດ ຕ່າງໆເກືອບ 90 ປະການ,ນັບແຕ່ປີ2004ຫາປີ2008, 5ປີຕິດໆກັນໄດ້ ເຂົ້າລາຍຊື່ 60 ກົມກອງແຂງ ຂອງວິສາຫະກິດຮັບເໝົາ ສປ ຈີນແລະ ລາຍຊື່ 50 ກົມກອງສ້າງລາຍຮັບຫຼາຍກ່ວາໝູ່ພາຍໃນປະເທດຂອງວິ ສາຫະກິດຮັບເໝົາ ສປ ຈີນ. 17 ປີຕິດໆກັນເຂົ້າລາຍຊື່ 500 ກົມກອງ ແຂງຂອງວິສາຫະກິດ ສປ ຈີນ, ເປັນໜຶ່ງຂອງສອງວິສາຫະກິດ ທີ່17ປີຕິດໆກັນເຂົ້າລາຍຊື່ 500 ກົມກອງແຂງຢ່າງມີກຽດສູງຂອງ ແຂວງຢູນນານ, ໃນຖານະອັນດັບທີ່ໜຶ່ງຂອງວິສາຫະກິດດຳເນີນການ ສ້າງໃນຂະແໜງການກໍ່ສ້າງແຂວງຢູນນານ.
ກຸ່ມບໍລິສັດອຸສາຫະກຳກໍ່ສ້າງ ຢູນນານ ຈຳກັດມີສິດທຸລະກິດຕ່າງໆ ທີ່ກະຊວງການຄ້າປະກາດມອບໃຫ້ເຊັ່ນ: ສິດທຸລະກິດຕໍ່ພາຍນອກ, ສິດທຸລະກິດການຄ້າຂາອອກຂາເຂົ້າ,ສິດແຕ່ງຜູ້ແຮງງານໄປເຮັດວຽກຢູ່ຕ່າງປະເທດແລະໃບອະນຸຍາດດຳເນີນການສ້າງຊັ້ນAຂອງໂຄງການ ຄົບຊຸດຊ່ວຍໜູນຕ່າງປະເທດ,ພ້ອມທັງຍັງຈັດຕັ້ງຫ້ອງການໂຄງການສາ ກົນເປັນພິເສດ. ນັບແຕ່ປີ 1983 ມາ,ກຸ່ມບໍລິສັດຈັບເອົາໂອກາດ,ເລີ່ມ ກ້າວອອກປະຕູປະເທດ,ເຂົ້າສູ່ຕະຫຼາດກໍ່ສ້າງໂຄງການຂອງບັນດາປະ ເທດອາຊີແລະອາຟະລິກາ.ໄດ້ຮັບເໝົາກໍ່ສ້າງໂຮງແຮມ,ໂຮງໝໍ,ເຮືອນ ຊານ,ຫໍກິລາ,ຫໍບັນຊາເດີ່ນຍົນ,ຕຶກອາຄານທຳງານ,ສະຖານຈ່າຍໄຟຟ້າທັງໝົດ100ກ່ວາໂຄງການຢູ່ປະເທດ ສປປ ເຢແມນ,ໂມຣິດ,ກາເມີລຸນ, ອີລັກ,ມານດີວ,ລາວ,ໄທ,ພະມ້າ,ອາຟິຼກກາໃຕ້,ກີເນເອກົວເຕີລວມ10 ກ່ວາປະເທດເປັນລຳດັບ,ໂຄງການທີ່ຮັບເໝົາກໍ່ສ້າງນັ້ນລ້ວນແຕ່ໄດ້ຮັບການຕີລາຄາສູງຈາກເຈົ້າຂອງແລະຜູ້ນຳປະເທດດັ່ງກ່າວ.
ກຸ່ມຈະເສີມຂະຫຍາຍທ່າແຮງຂອງຕົນຢ່າງເຕັມສ່ວນ,ບຸກເບີກຕະ ຫຼາດການກໍ່ສ້າງສາກົນແລະພາຍໃນປະເທດເປັນຢ່າງດີ,ໂດຍເອົາສິນ ເຊື້ອອັນດີເລີດ,ການຄຸ້ມຄອງແບບວິທະຍາສາດ,ທ່າທີຢ່າງຕັ້ງໜ້າ, ຄວາມຮັບຜິດຊອບຢ່າງສູງ,ຮັບໃຊ້ຕໍ່ລູກຄ້າພາຍໃນປະເທດແລະນອກ ປະເທດຢ່າງຈິງອົກຈິງໃຈ.