ຄົ້ນຄວ້າລະບົບການເຄື່ອນຍ້າຍໄມ້ທີ່ຖືກຕ້ອງເຂົ້າສູ່ການຜະລິດ
ແຫຼ່ງທີ່ມາ: ວັນທີ:
ກອງປະຊຸມແມ່ນເພື່ອດຳເນີນການສຶກສາລະບົບອະນຸຍາດ ແລະ ການເຄື່ອນໄມ້ເຂົ້າສູ່ການຜະລິດ ແລະ ການສົ່ງອອກທີ່ຖືກຕ້ອງໃນ ສປປ ລາວ ໂດຍການຮ່ວມມືຢ່າງໃກ້ຊິດຈາກລັດຖະບານລາວ ໂດຍສະເພາະແມ່ນຈຸດສູນກາງປະຕິບັດງານ FLEGT ປະຈຳລາວ ທີ່ກົມກວດກາປ່າໄມ້. ການສຶກ
ສານີ້ແມ່ນໄດ້ເລັ່ງໃສ່ການສ້າງຄວາມເຂົ້າໃຈເຖິງສະພາບການຄຸ້ມຄອງ, ການສະຫນອງໄມ້ຈາກປ່າໄມ້ທຳມະຊາດ ແລະ ປ່າປູກຂອງລາວ ເຂົ້າໃນການຜະລິດພາຍໃນ ແລະ ການສົ່ງອອກຖືກຕ້ອງຕາມກົດຫມາຍ ກາຍເປັນຂໍ້ມູນພື້ນຖານທີ່ສຳຄັນເພື່ອສ້າງບັນທັດຖານນິຍາມຄວາມຖືກຕ້ອງຕາມລະບຽບກົດຫມາຍ ເພື່ອຮັບປະກັນໃຫ້ແກ່ການພັດທະນາລະບົບຄວາມຖືກຕ້ອງຕາມກົດຫມາຍຂອງ ສປປ ລາວ ໃນຕໍ່ຫນ້າເພື່ອການອະນຸລັກຮັກສາ ແລະ ນຳໃຊ້ຊັບພະຍາກອນປ່າໄມ້ໃຫ້ຍືນຍົງ ແລະ ເກີດປະໂຫຍດສູງສຸດຕໍ່ຜົນປະໂຫຍດລວມຂອງຊາດ.
ກອງປະຊຸມຄັ້ງນີ້ໄດ້ຮັບການສະຫນັບສະຫນູນຈາກສະຖາບັນປ່າໄມ້ສະຫະພາບເອີຣົບ ເພື່ອສະຫນັບສະຫນູນ ສປປ ລາວ ໃນການເຂົ້າຮ່ວມເປັນປະເທດພາຄີຄູ່ຄ້າໄມ້ ແລະ ຜະລິດຕະພັນໄມ້ທີ່ຖືກຕ້ອງຕາມກົດຫມາຍກັບສະຫະພາບເອີຣົບ.




