8 ແຂວງຂອງລາວ - ຫວຽດນາມ - ໄທທົບທວນການນຳໃຊ້ເສັ້ນທາງເລກ 8 ແລະ ເລກ 12
ແຫຼ່ງທີ່ມາ: ວັນທີ:
ຫມາຍເລກ 8 ແລະ ຫມາຍເລກ 12 ຄັ້ງທີ XV ເຊິ່ງແຂວງຄຳມ່ວນ ຮັບກຽດເປັນເຈົ້າພາບ ໄດ້ຈັດຂຶ້ນ
ໃນວັນທີ 12 ພະຈິກ 2011 ນີ້ ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ ພາຍໃຕ້ການເປັນປະທານ
ຂອງທ່ານ ສົມໃຈ ເພັດສີນວນ ຮອງເຈົ້າແຂວງໆຄຳມ່ວນ ຊຶ່ງມີຫົວຫນ້າຄະນະຜູ້ແທນແຕ່ລະ
ແຂວງຂອງ 3 ປະເທດ 8 ແຂວງ ລາວ - ຫວຽດນາມ - ໄທ ຄື: ແຂວງຄຳມ່ວນ, ແຂວງບໍລິຄຳໄຊ ສປປ ລາວ; ແຂວງເງ່ອານ, ແຂວງຮ່າຕິ່ງ, ແຂວງກວາງບິ່ງ ສສ ຫວຽດນາມ ແລະ ຣາຊະອານາຈັກໄທ ມີແຂວງນະຄອນພະນົມ, ແຂວງສະກົນນະຄອນ, ແຂວງຫນອງຄາຍ ພ້ອມດ້ວຍພະນັກງານ, ວິຊາ
ການທີ່ກ່ຽວຂ້ອງແຕ່ລະແຂວງເຂົ້າຮ່ວມ. ກອງປະຊຸມບັນດາທ່ານຫົວຫນ້າຄະນະຈາກ 8 ແຂວງລາວ, ຫວຽດນາມ ແລະ ໄທ ໄດ້ມີການຜັດປ່ຽນກັນສະຫລຸບສັງເກດຕີລາຄາ ເພື່ອທົບທວນຄືນການຈັດຕັ້ງ
ປະຕິບັດເນື້ອໃນບົດບັນທຶກການນຳຂັ້ນສູງຂອງບັນດາປະເທດລາວ, ຫວຽດນາມ ແລະ ໄທ ທີ່ນຳໃຊ້
ເສັ້ນທາງຫມາຍເລກ 8 ແລະ ເລກ 12 ຄັ້ງທີ XIV ຊຶ່ງການນຳຂັ້ນສູງແຕ່ລະແຂວງໄດ້ຮ່ວມກັນລົງ
ນາມໃນຄັ້ງວັນທີ 8 ມັງກອນ 2010 ຢູ່ ແຂວງສະກົນນະຄອນໃນປີຜ່ານມາ, ເປັນຕົ້ນດ້ານວຽກງານ
ການສຶກສາ, ວັດທະນະທຳ ແລະ ກິລາ, ດ້ານການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ ແລະ ລະບົບກົນໄກການປະສານງານ ຊຶ່ງໃນໄລຍະຜ່ານມາສັງເກດເຫັນວ່າໃນແຕ່ລະຂົງເຂດໄດ້ມີໂອ
ກາດສຶກສາບັນດາປັດໄຈຕ່າງໆທີ່ຈະເອື້ອອຳນວຍຄວາມສະດວກ ແລະ ສ້າງເງື່ອນໄຂໃຫ້ແກ່ການ
ຮ່ວມມືກັນນັບມື້ກວ້າງຂວາງ ບົນພື້ນຖານຕ່າງຝ່າຍກໍ່ຢຶດຫມັ້ນໃນຜົນປະໂຫຍດຮ່ວມກັນ, ປະສານ
ງານຮ່ວມມືໃນແຕ່ລະດ້ານໃຫ້ມີປະສິດທິຜົນ, ຜ່ານການຈັດຕັ້ງປະຕິບັດເຫັນວ່າມີທັງດ້ານດີ ແລະ ດ້ານຄົງຄ້າງ ຊຶ່ງຫົວຫນ້າຄະນະຜູ້ແທນຈາກ 3 ປະເທດ 8 ແຂວງດັ່ງກ່າວຈະໄດ້ພ້ອມກັນສືບຕໍ່ລົງ
ນາມໃນບົດບັນທຶກຂອງກອງປະຊຸມໃຫຍ່ຄັ້ງທີ XV ແລະ ໄດ້ພ້ອມກັນປຶກສາຫາລືກຳນົດໄດ້ບັນດາ
ເນື້ອໃນແຕ່ລະດ້ານເປັນຕົ້ນດ້ານສຶກສາ, ວັດທະນະທຳ ແລະ ກິລາ ສົ່ງເສີມການຮ່ວມມືຊ່ວຍເຫລືອ
ເຊິ່ງກັນ ແລະ ກັນ ດ້ານການສຶກສາ ໂດຍມອບໃຫ້ບັນດາວິທະຍາໄລຂອງບັນດາແຂວງໄດ້ມີການພົບ
ປະແລກປ່ຽນບົດຮຽນດ້ານການຮຽນພາສາ, ຝຶກອົບຮົມວິຊາຊີບ, ຍົກລະດັບປະລິນຍາຕີ, ປະລິນຍາ
ໂທ ແລະ ປະລິນຍາເອກ, ສ້າງສູນວັດທະນະທຳລວມຢູ່ທີ່ຫລັກ 20 ເມືອງຄຳເກີດ ແຂວງບໍລິຄຳໄຊ ຈຳນວນ 3 ຫລັງແຕ່ລະຫລັງຂະຫນາດກວ້າງ, ຍາວ, ສູງເທົ່າກັນ, ສົ່ງເສີມແລກປ່ຽນດ້ານສິລະປະ, ກິລາດ້ວຍກັນ ໃນໂອກາດວັນສຳຄັນຕ່າງໆ (ຕາມຄວາມພ້ອມຂອງແຕ່ລະແຂວງ) ຊຸກຍູ້ໃຫ້ບັນດາ
ລັດວິສາຫະກິດດ້ວຍກັນສ້າງເງື່ອນໄຂລົງທຶນໃນຂະແຫນງການ (ກະສິກຳອຸດສາຫະກຳ ແລະ ການ
ບໍລິການ) ແຂວງຄຳມ່ວນ ສືບຕໍ່ນຳສະເຫນີລັດຖະບານ ເພື່ອກຳນົດເອົາເສັ້ນທາງເລກ 8 ແລະ ເລກ 12 ເປັນເສັ້ນທາງຂົນສົ່ງສາກົນໃນຂອບ GMS ເພື່ອຮັບປະກັນໃຫ້ລະບົບການຂົນສົ່ງສິນຄ້າຜ່ານ
ແດນຈາກຫວຽດນາມ - ລາວ ແລະ ໄທ ໄດ້ມີຄວາມສະດວກ. ກອງປະຊຸມຄັ້ງທີ XVI ຈະໄດ້ຈັດຂຶ້ນຢູ່ ທີ່ແຂວງເງ່ອານ ສສ ຫວຽດ ນາມ ເປັນເຈົ້າພາບ ສ່ວນວັນເວລາມອບໃຫ້ແຂວງເຈົ້າພາບເປັນຜູ້ກຳນົດ.




