ເດັກນ້ອຍຈີນຢູ່ແຫ່ງຕ່າງໆສະຫຼອງວັນເດັກນ້ອຍສາກົນ
ແຫຼ່ງທີ່ມາ: ວັນທີ:

ຕາມຂ່າວ CRI: ວັນທີ 1 ມິຖຸນານີ້ ແມ່ນວັນເດັກນ້ອຍສາກົນ, ຢູ່ແຫ່ງຕ່າງໆຂອງຈີນໄດ້ຈັດງານສະຫຼອງຮູບແບບຕ່າງໆ, ເພື່ອໃຫ້ເດັກນ້ອຍທັງຫຼາຍສະຫຼອງຢ່າງມ່ວນຊື່ນຟົດຟື້ນ.

ຢູ່ນະຄອນຫຼວງປັກກິ່ງ ໄດ້ຈັດງານສະຫຼອງຮ່ວມມ່ວນຊື່ນ, ເດັກນ້ອຍທັງຫຼາຍ ພາກັນຫຼິ້ນເກມ, ແລະສະແດງລາຍການຕ່າງໆ ເພື່ອສະຫຼອງວັນເດັກນ້ອຍສາກົນ. ອະນຸຊົນ ແລະ ເຍົາວະຊົນນັບເປັນພັນເປັນໝື່ນຢູ່ນະຄອນຫຼວງປັກກິ່ງ ໄດ້ເຂົ້າທ່ຽວຊົມຫໍລະຄອນແຫ່ງຊາດໂດຍບໍ່ຕ້ອງເສຍຄ່າ, ສຳຜັດແລະມີຄວາມຮູ້ສຶກທີ່ດີຕໍ່ສະເໜ່ຂອງສິລະປະ.
ວັນທີ 1 ມິຖຸນານີ້, ເດັກນ້ອຍຈຳນວນໜຶ່ງຂອງເຂດປະສົບໄພແຜ່ນດິນໄຫວ ຂອງເມືອງອີ້ຊູ້ແຂວງຊິ່ງໄຫໄດ້ຮັບການເຊື້ອເຊີນໄປທ່ຽວຊົມງານວາງສະແດງໂລກຊຽງໄຮ.
ນອກນີ້, ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປ, ແຂວງອານຮຸຍ ທີ່ຢູ່ພາກກາງຂອງຈີນ ຈະຈັດຫ້ອງເຮັດກິດຈະກຳສຳລັບເດັກນ້ອຍທີ່ພໍ່ແມ່ໄປເຮັດວຽກໃນຕົວເມືອງ 1300 ກວ່າຫ້ອງ, ເພື່ອສ້າງເງື່ອນໄຂທີ່ດີໃຫ້ແກ່ເດັກນ້ອຍເຫຼົ່ານີ້ ໃນການຫຼິ້ນນອກໂມງຮຽນ. ຢູ່ເຂດປົກຄອງຕົນເອງໂມງໂກໃນ ທີ່ຢູ່ພາກເໜືອຂອງຈີນ ກອງເຍົາວະຊົນນຳໜ້າທຸກຂັ້ນໄດ້ຈັດກິດຈະກຳສະຫຼອງ, ຮ່ວມກັນກັບເດັກນ້ອຍພິການຫູໜວກ ຫຼື ປາກກືກຫຼິ້ນມ່ວນຊື່ນ.




