ວັນທີ:
ທີ່ຢູ່ປັດຈຸບັນ:ໜ້າທຳອິດ > ຂ່າວສານ

ພິທີເຊັນສັນຍາສ້າງຕັ້ງເຂດເສດຖະກິດສະເພາະບຶງທາດຫລວງ

ແຫຼ່ງທີ່ມາ:  ວັນທີ:

  

  ພິທີເຊັນສັນຍາສ້າງຕັ້ງເຂດເສດຖະກິດສະເພາະບຶງທາດຫລວງ (ເມືອງທ່ອງທ່ຽວຫນອງນ້ຳທຳມະຊາດ ແລະ ວັດທະນະທ¿)ໄດ້ມີຂຶ້ນໃນວັນທີ 28 ທັນວາ 2011 ທີ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ ທັງເປັນປະທານຂອງຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ທ່ານນາງ ປູຈ້ຽນກົວ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

  ພິທີເຊັນສັນຍາຄັ້ງນີ້ຕ່າງຫນ້າໃຫ້ລັດຖະບານລາວໂດຍແມ່ນທ່ານ ນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ຮອງປະທານຜູ້ປະຈຳການຄະນະກຳມະການເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ທ່ານ ອານຸພາບ ຕຸນາລົມ ຮອງເຈົ້າຄອງນະຄອນຫລວງວຽງຈັນ ຜູ້ຊີ້ນຳວຽກງານເສດຖະກິດ ແລະ ຝ່າຍ ສປ ຈີນ ໂດຍແມ່ນທ່ານ ກົວພິງຫວງ ປະທານ ບໍລິສັດ ອະສັງຫາລິມະຊັບຫວ່າເຟີ້ງຊຽງໄຮ້ ສປ ຈີນ ປະຈຳລາວ ຈຳກັດ, ເນື້ອທີ່ທັງຫມົດຂອງໂຄງການ 365 ເຮັກຕາ, ໃນໄລຍະເບື້ອງຕົ້ນແມ່ນນຳໃຊ້ເປັນເຂດພັດທະນາ 303 ເຮັກຕາ ແລະ ຮັກສາໄວ້ເປັນເຂດກັນຊົນ 62 ເຮັກຕາ ເຊິ່ງກວມເອົາ 6 ບ້ານຂອງເມືອງໄຊເຊດຖາ ແລະ ເມືອງສີສັດຕະນາກຄື: ບ້ານເມືອງນ້ອຍ, ບ້ານໂນນຫວາຍ, ບ້ານໂນນຄໍ້ເຫນືອ, ບ້ານໂພນທັນ, ໂພນປ່າເປົ້າ ແລະ ດອນກອຍ, ການພັດທະນາເຂດບຶງທາດຫລວງຈະມີມູນຄ່າການລົງທຶນທັງຫມົດປະມານ 12.800 ຕື້ກີບ, ການພັດທະນາໂຄງການດັ່ງກ່າວ ນອກຈາກລາຍຮັບທາງດ້ານພາສີອາກອນແລ້ວ ຍັງປະກອບສ່ວນສ້າງວຽກເຮັດງານທຳໃຫ້ແກ່ປະຊົນຈຳນວນຫຼາຍອັດຕາ, ສ້າງທຸລະກິດການສະຫນອງ ແລະ ການບໍລິການປິ່ນອ້ອມຕ່າງໆ, ສ້າງສະຖານທີ່ສາທາລະນະຕິດພັນກັບການສົ່ງເສີມການທ່ອງທ່ຽວແບບວັດທະນະທຳ ແລະ ປະຫວັດສາດ, ເຊິ່ງຈະປະກອບສ່ວນສ້າງໂສມຫນ້າອັນສວຍງາມອີກຫນຶ່ງແຫ່ງໃຫ້ແກ່ນະຄອນຫຼວງ

  ວຽງຈັນ, ໂຄງການດັ່ງກ່າວມີເນື້ອທີ່ທັງຫມົດ 365 ເຮັກຕາ, ໃນນີ້ແມ່ນຊົດເຊີຍກ່ອນຈຳນວນ 303 ເຮັກຕາ ເພື່ອດຳເນີນການພັດທະນາໃນໄລຍະທຳອິດ, ສ່ວນເນື້ອທີ່ອີກ 62 ເຮັກຕາ ແມ່ນກຳນົດເປັນເຂດສະຫງວນ ຫລື ເຂດກັນຊົນ ເພື່ອຈະຊົດເຊີຍ ແລະ ຮອງຮັບການຂະຫຍາຍໂຄງການໃນໄລຍະຕໍ່ໄປ.

  

[ຕາຕະລາງເນື້ອໃນທີ່ກ່ຽວຂ້ອງ]

    ລິຂະສິດ:South-East Asia & South Asia Infoport    ເລກທີ 09005773 ຢຸນນານ ICP
    ອຸປະຖຳເຕັກນິກ: ບໍລິສັດຈົງປາຍສິນປັກກິ່ງ