ວັນທີ:
ທີ່ຢູ່ປັດຈຸບັນ:ໜ້າທຳອິດ > ຂ່າວສານ > ໃຫມ່ສຸດ

ສປ ຈີນ ໃຫ້ການຊ່ວຍເຫລືອ 3 ໂຄງການແກ່ ສປປ ລາວ

ແຫຼ່ງທີ່ມາ:  ວັນທີ:

  

  

  ວັນທີ 20 ມັງກອນ 2012 ທີ່ກະຊວງແຜນການ ແລະ ການລົງທຶນໄດ້ມີພິທີເຊັນສັນຍາຮັບເອົາການຊ່ວຍເຫລືອຈາກລັດຖະບານ ສປ ຈີນເພື່ອນຳໃຊ້ເຂົ້າໃນການປະຕິບັດ 3 ໂຄງການທີ່ລັດຖະບານທັງສອງປະເທດໄດ້ຕົກລົງຮ່ວມກັນຄື: ສັນຍາວ່າດ້ວຍການຮ່ວມມືດ້ານເສດຖະກິດ - ເຕັກນິກລະຫວ່າງ ສປປ ລາວ-ສປຈີນ ວ່າດ້ວຍສະຫນອງເງິນກູ້ບໍ່ມີດອກເບ້ຍໃຫ້ແກ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນໂຄງການສະຫນອງເຮືອບິນ MA 60 ສອງລຳ, ສັນຍາຂອບວ່າດ້ວຍ ສປ ຈີນ ສະຫນອງເງິນກູ້ພິເສດໃຫ້ແກ່ ສປປລາວເພື່ອນຳໃຊ້ເຂົ້າໃນການປະຕິບັດໂຄງການສາຍດ່ວນລັດຖະບານຂອງກະຊວງປ້ອງກັນຄວາມສະຫງົບລາວ ແລະ ສັນຍາຂອບ ວ່າດ້ວຍ ສປ ຈີນ ສະຫນອງເງິນກູ້ພິເສດໃຫ້ແກ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການປະຕິບັດໂຄງການຫັນຂະແຫນງການເງິນເປັນທັນສະໄຫມ (E-Public Finance).

  ຜ່ານມາ ສປ ຈີນ ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນຂົງເຂດ ແລະ ຂະແໜງການຕ່າງໆດ້ວຍຫລາຍຮູບການ ແລະ ນັບມື້ເພີ່ມຂຶ້ນອັນເປັນການປະກອບສ່ວນທີ່ສຳຄັນຍິ່ງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດພວກເຮົາ, ທັງເປັນການເພີ່ມທະວີ ແລະ ຮັດແຫນ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຈີນຈະເລີນງອກງາມຂຶ້ນເລື້ອຍໆ.ໃນພິທີດັ່ງກ່າວ, ທ່ານ ວິຈິດ ຊິນດາວົງ ຜູ້ຊ່ວຍລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ຮອງປະທານຄະນະກຳມາທິການຮ່ວມມືລາວ-ຈີນຕາງຫນ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ນາງ ປູ້ ຈ້ຽນກົວ ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັກແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງຫນ້າໃຫ້ລັດຖະບານ ແຫ່ງ ສປ ຈີນ ໄດ້ເປັນຜູ້ຮ່ວມລົງນາມ.ເຂົ້າຮ່ວມເປັນກຽດໃນພິທີລົງນາມໃນຄັ້ງນີ້ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມາທິການຮ່ວມມືລາວ-ຈີນ, ມີບັນດາທ່ານລັດຖະມົນຕີວ່າການ, ລັດຖະມົນຕີຊ່ວຍວ່າການ, ພະນັກງານຂັ້ນສູງຈາກຂະແຫນງການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

  

[ຕາຕະລາງເນື້ອໃນທີ່ກ່ຽວຂ້ອງ]

ລິຂະສິດ:South-East Asia & South Asia Infoport    ເລກທີ 09005773 ຢຸນນານ ICP
ອຸປະຖຳເຕັກນິກ: ບໍລິສັດຈົງປາຍສິນປັກກິ່ງ